
ຮ່ວມສໍາພັດເຂົ້າໃນບັນຍາກາດອັນຄຶກຄື້ນ ມຸ່ງໄປສູ່ການສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ (02/12/1975 - 02/12/2025), ບໍລິສັດ ຮຸ້ນສ່ວນທ່າເຮືອສາກົນລາວ - ຫວຽດ ໄດ້ເປີດຂະບວນການແຂ່ງຂັນສູ້ຊົນ “60 ວັນຄືນ - ເຂົ້າສູ່ເສັ້ນໄຊ” ນັບແຕ່ວັນທີ 01/11/2025 ເຖິງວັນທີ 31/12/2025.
.jpg)
ໃນພິທີເຊີນທຸງປະຈໍາເດືອນ 11, ທ່ານ ເລ ວັນ ບ໋າວ (Lê Văn Bạo) - ຫົວໜ້າພະແນກບຸກຄະລາກອນ - ເງິນເດືອນ ໄດ້ເປີດຂະບວນການແຂ່ງຂັນສູ້ຊົນ “60 ວັນຄືນ - ເຂົ້າສູ່ເສັ້ນໄຊ” ສ້າງຜົນງານສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ.
ທັນທີຫຼັງຈາກພິທີເປີດຂະບວນການແຂ່ງຂັນ, ບັນຍາກາດການແຂ່ງຂັນທີ່ຄຶກຄື້ນ ໄດ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວໂດຍບັນດາຫົວໜ່ວຍ, ພະແນກຕ່າງໆ. ກຳລັງແຮງງານ, ພາຫະນະອຸປະກອນ ໄດ້ເລີ່ມເຂົ້າສູ່ການຜະລິດ, ຜູ້ອອກແຮງງານຕັ້ງໜ້າເຮັດວຽກ, ລົດເຂົ້າ-ອອກ ເພື່ອສົ່ງ ແລະ ຮັບສິນຄ້າຢ່າງຄຶກຄັກ.


ຜູ້ອອກແຮງງານຕັ້ງໜ້າເຮັດວຽກ.

ພະແນກແຮງງານທາງອ້ອມ ສ້າງແຜນການຜະລິດສຳລັບການຜະລິດຊຸດຕໍ່ໄປ ເພື່ອຮັບປະກັນຄວາມຄືບໜ້າຕາມແຜນການ.
ນອກຈາກນັ້ນ, ບໍລິສັດໄດ້ອອກແຜນການຈັດຕັ້ງໂຄງການພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ - ກາຍະກຳ ເພື່ອສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ເຊິ່ງມີຈຸດປະສົງເພື່ອເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບລະຫວ່າງ ຫວຽດນາມ - ລາວ; ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ, ສາມັກຄີ, ເປັນກຳລັງໃຈໃຫ້ແກ່ຜູ້ອອກແຮງງານ.
ຢູ່ຫ້ອງການບໍລິສັດ ແລະ ເຂດການຜະລິດ, ບັນດາປ້າຍໂຄສະນາ, ຄໍາຂວັນໂຄສະນາເຜີຍແຜ່, ທຸງຊາດຫວຽດນາມ, ລາວ ຖືກປະດັບປະດາຢ່າງສົມກຽດ, ສີສັນສົດໃສ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ, ສະແດງອອກເຖິງຄວາມຕັດສິນໃຈທີ່ຈະເຮັດສຳເລັດຂະບວນການແຂ່ງຂັນສູ້ຊົນຢ່າງມີໄຊ, ສະເຫຼີມສະຫຼອງວັນບຸນໃຫຍ່ຂອງປະເທດເພື່ອນມິດລາວ, ປະກອບສ່ວນສ້າງສາທ່າເຮືອສາກົນລາວ - ຫວຽດ ໃຫ້ນັບມື້ນັບພັດທະນາຢ່າງຍືນຍົງ.
ບັນຍາກາດການເຊີນທຸງ, ປ້າຍຄໍາຂວັນຢູ່ເຂດຫ້ອງການບໍລິສັດ.

ທ່າເຮືອເລກ 2, ເລກ 3, ທ່າເຮືອສາກົນລາວ - ຫວຽດ.