Chương trình hành động của ứng cử viên đại biểu HĐND tỉnh khóa XIX, đồng chí Nguyễn Anh Thắng – Tổng Giám đốc Tổng Công ty Khoáng sản và Thương mại Hà Tĩnh

ໄດ້ຮັບການສະເໜີໃຫ້ລົງສະໝັກຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນແຂວງ ສະໄໝທີ XIX ຢູ່ເຂດບັນດາຕາແສງ ຂອງເມືອງ ງີຊວນ (Nghi Xuan) ເກົ່າ - ເຊິ່ງເປັນບ້ານເກີດເມືອງນອນຂອງມະຫາກະວີ ຫງວຽນ ຢູ (Nguyen Du), ເປັນດິນແດນທີ່ມີຄວາມສັກສິດ ແລະ ເປັນແຫຼ່ງກຳເນີດຂອງວິລະບຸລຸດ, ມີມູນເຊື້ອວັດທະນະທຳອັນໂດດເດັ່ນ, ຮັກການຮຽນຮູ້ ແລະ ມີຄວາມມຸ່ງມາດປາດຖະໜາໃນການພັດທະນາ, ຂ້າພະເຈົ້າໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ ນີ້ບໍ່ພຽງແຕ່ແມ່ນຄວາມພາກພູມໃຈອັນຍິ່ງໃຫຍ່ເທົ່ານັ້ນ ແຕ່ຍັງແມ່ນໜ້າທີ່ອັນໜັກໜ່ວງ ທີ່ຕົນເອງຕ້ອງໄດ້ພະຍາຍາມສູ້ຊົນ ເພື່ອເຮັດລຳເລັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຢ່າງດີທີ່ສຸດ.

ຜ່ານຫຼາຍປີແຫ່ງການເຮັດວຽກໃນຂົງເຂດການຄຸ້ມຄອງວິສາຫະກິດ, ດ້ວຍປະສົບການການເຮັດວຽກໃນບັນດາຂະແໜງອຸດສາຫະກຳ, ການຄ້າ-ການບໍລິການ ແລະ ກະສິກຳ, ຂ້າພະເຈົ້າໄດ້ມີເງື່ອນໄຂໃນການເຂົ້າເຖິງ ແລະ ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຕົວຈິງຂອງການຜະລິດ-ທຸລະກິດ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ ແລະ ຜູ້ອອກແຮງງານ. ຂ້າພະເຈົ້າຮັບຮູ້ໄດ້ຢ່າງຈະແຈ້ງວ່າ: ຜູ້ອອກແຮງງານແມ່ນມີຄວາມມຸ່ງມາດປາດຖະໜາຢາກມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍຮັບທີ່ຍືນຍົງ; ວິສາຫະກິດຕ້ອງການສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ກົນໄກທີ່ເໝາະສົມ ເພື່ອພັດທະນາໃນໄລຍະຍາວ; ສ່ວນຊາວກະສິກອນ ແມ່ນມີຄວາມກັງວົນສະເໝີວ່າ ຈະເຮັດແນວໃດເພື່ອຍົກສູງມູນຄ່າຜະລິດຕະພັນທີ່ຕົນເອງເຮັດອອກມາ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ.

ທ່ານ ຫງວຽນ ແອັງ ທັງ ກ່າວປາໄສໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ບໍລິສັດໃຫຍ່ ແຮ່ທາດ ແລະ ການຄ້າ ຮ່າຕິ້ງ ແລະ ບໍລິສັດ ລາວ - ເອເຊຍ ເທເລຄອມ.

ດ້ວຍຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ກັບໜ້າທີ່ຂອງຜູ້ແທນທີ່ມາຈາກການເລືອກຕັ້ງຂອງປະຊາຊົນ, ເປັນຂົວຕໍ່ທີ່ສຳຄັນລະຫວ່າງ ປະຊາຊົນ ກັບ ບັນດາອົງການຈັດຕັ້ງຂອງລັດ, ຖ້າຫາກໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ມີສິດເລືອກຕັ້ງໃຫ້ເປັນຜູ້ແທນສະພາປະຊາຊົນແຂວງ, ຂ້າພະເຈົ້າໄດ້ວາງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດບັນດາເນື້ອໃນຈຸດສຸມ ດັ່ງລຸ່ມນີ້:

ທີໜຶ່ງ, ຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ. ຂ້າພະເຈົ້າຈະສະເໜີ ແລະ ແນະນຳບັນດາກົນໄກ, ນະໂຍບາຍ ແນໃສ່ດຶງດູດການລົງທຶນແບບມີການຄັດເລືອກ, ບຸລິມະສິດບັນດາຂົງເຂດອຸດສາຫະກຳ, ການຄ້າ-ການບໍລິການ ທີ່ມີມູນຄ່າເພີ່ມສູງ; ສະເໜີນຳໃຊ້ນະໂຍບາຍໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ວິສາຫະກິດເລີ່ມຕົ້ນ (Startup); ໜູນຊ່ວຍວິສາຫະກິດໃຫ້ພັດທະນາຢ່າງໝັ້ນຄົງ; ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ຜູ້ອອກແຮງງານຕື່ມອີກ.

ທີສອງ, ພັດທະນາກະສິກຳທີ່ທັນສະໄໝ, ຍົກສູງມູນຄ່າຜະລິດຕະພັນ. ຂ້າພະເຈົ້າຈະສະເໜີຍູ້ແຮງການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ເຂົ້າໃນການຜະລິດ, ສົ່ງເສີມການລົງທຶນເຂົ້າໃນການປຸງແຕ່ງແບບລະອຽດ ເພື່ອຍົກສູງມູນຄ່າຜະລິດຕະພັນ; ຊຸກຍູ້ການຮ່ວມສຳພັນລະຫວ່າງ ວິສາຫະກິດ ກັບ ສະຫະກອນ, ທ້ອງຖິ່ນ ແລະ ປະຊາຊົນ ໃນຕ່ອງໂສ້ການຜະລິດ-ການປຸງແຕ່ງ-ການຈຳໜ່າຍຜະລິດຕະພັນ; ໜູນຊ່ວຍການພັດທະນາເສດຖະກິດລວມໝູ່, ບັນດາຮູບແບບການຜະລິດທີ່ມີປະສິດທິຜົນ. ຈຸດປະສົງແມ່ນເພື່ອໃຫ້ຊາວກະສິກອນ ບໍ່ພຽງແຕ່ຜະລິດໄດ້ຫຼາຍຂຶ້ນເທົ່ານັ້ນ ແຕ່ຍັງສາມາດຂາຍໄດ້ໃນລາຄາທີ່ມີມູນຄ່າສູງ, ໝັ້ນຄົງ ແລະ ຍືນຍົງກວ່າເກົ່າ.

ທ່ານ ຫງວຽນ ແອັງ ທັງ ກວດກາການເຄື່ອນໄຫວການຜະລິດ ຢູ່ ບໍລິສັດ ຈຳກັດ ຜູ້ດຽວ ຫວຽດ - ລາວ (ບໍລິສັດລູກ ຂອງບໍລິສັດໃຫຍ່ ແຮ່ທາດ ແລະ ການຄ້າ ຮ່າຕິ້ງ).

ທີສາມ, ຂຸດຄົ້ນທ່າແຮງດ້ານວັດທະນະທຳ ເພື່ອພັດທະນາເສດຖະກິດການທ່ອງທ່ຽວແບບຍືນຍົງ. ຂ້າພະເຈົ້າຈະສະເໜີໃຫ້ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານວັດທະນະທຳຂອງບ້ານເກີດມະຫາກະວີ ຫງວຽນ ຢູ ຢ່າງມີປະສິດທິຜົນ, ພັດທະນາຮູບແບບການທ່ອງທ່ຽວແບບທັດສະນະສຶກສາ, ການທ່ອງທ່ຽວແບບຊຸມຊົນ ຕິດພັນກັບໝູ່ບ້ານອາຊີບ ແລະ ຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ, ປະກອບສ່ວນສ້າງອາຊີບໃໝ່ ແລະ ເຜີຍແຜ່ມູນເຊື້ອວັດທະນະທຳອັນດີງາມ.

ທີສີ່, ການພັດທະນາເສດຖະກິດ ຕ້ອງໄປຄຽງຄູ່ກັບການປົກປັກຮັກສາສະພາບແວດລ້ອມ. ຂ້າພະເຈົ້າຈະເຂົ້າຮ່ວມການຕິດຕາມກວດກາຢ່າງເຂັ້ມງວດ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍກ່ຽວກັບສະພາບແວດລ້ອມ; ຊຸກຍູ້ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ; ສົ່ງເສີມການຜະລິດທີ່ສະອາດ, ພັດທະນາເສດຖະກິດສີຂຽວ, ນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ, ແນໃສ່ເປົ້າໝາຍການພັດທະນາແບບຍືນຍົງໃນໄລຍະຍາວ.

ທີຫ້າ, ຍູ້ແຮງການປະຕິຮູບການບໍລິຫານ ແລະ ການຫັນເປັນດີຈີຕອນ (Digital), ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ສັງຄົມ ແລະ ວິສາຫະກິດ. ຂ້າພະເຈົ້າຈະສະເໜີບັນດາທາງອອກເພື່ອປັບປຸງສະພາບແວດລ້ອມການລົງທຶນ-ທຸລະກິດ; ຫຼຸດຜ່ອນໄລຍະເວລາ ແລະ ຫັນຂັ້ນຕອນການບໍລິຫານໃຫ້ງ່າຍດາຍຂຶ້ນ; ເພີ່ມທະວີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ ແລະ ບໍລິການ; ຍົກສູງຄວາມຮັບຜິດຊອບ, ທັດສະນະຄະຕິໃນການບໍລິການປະຊາຊົນ ແລະ ວິສາຫະກິດ, ປະກອບສ່ວນສ້າງລັດຖະບານທີ່ໂປ່ງໃສ ແລະ ມີປະສິດທິຜົນ, ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ.

ກຸ່ມບໍລິສັດ ແຮ່ທາດ ແລະ ການຄ້າ ຮ່າຕິ້ງ ມອບຂອງຂວັນໃຫ້ແກ່ຜູ້ອອກແຮງງານ ເນື່ອງໃນໂອກາດວັນນັກທຸລະກິດຫວຽດນາມ 13/10/2025.

ສຸດທ້າຍ, ຂ້າພະເຈົ້າກຳນົດວ່າ ວິສາຫະກິດພັດທະນາ ຕ້ອງຕິດພັນກັບຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການພັດທະນາລວມຂອງແຂວງ. ໃນຖານະເປັນຜູ້ອຳນວຍການໃຫຍ່, ຂ້າພະເຈົ້າຈະສືບຕໍ່ສຸມໃສ່ພັດທະນາບໍລິສັດໃຫຍ່ຂອງຕົນ, ຂະຫຍາຍການຜະລິດ-ທຸລະກິດ ໃນບັນດາຂົງເຂດ ແນໃສ່ປະກອບສ່ວນໃຫ້ຫຼາຍຂຶ້ນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ; ສ້າງເງື່ອນໄຂໃນການຝຶກອົບຮົມວິຊາຊີບ, ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫຼາຍຂຶ້ນ; ເອົາໃຈໃສ່ໜູນຊ່ວຍຜູ້ທຸກຍາກ, ຜູ້ດ້ອຍໂອກາດ ແລະ ກຳມະກອນຜູ້ອອກແຮງງານ, ປະກອບສ່ວນຈັດຕັ້ງປະຕິບັດບັນດານະໂຍບາຍສະຫວັດດີການສັງຄົມໃນບໍລິເວນ ໃຫ້ໄດ້ດີ.

ຂ້າພະເຈົ້າກຳນົດວ່າ, ເພື່ອເຮັດລຳເລັດໜ້າທີ່ຂອງຜູ້ແທນທີ່ມາຈາກການເລືອກຕັ້ງຂອງປະຊາຊົນ, ກ່ອນອື່ນໝົດ ຕົນເອງຕ້ອງບໍ່ຢຸດຢັ້ງໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ; ຮັກສາແບບແຜນການດຳລົງຊີວິດທີ່ປອດໃສ, ເປັນແບບຢ່າງ; ປະຕິບັດຕາມແນວທາງຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ ຢ່າງເຂັ້ມງວດ; ຮັບຟັງ ແລະ ສະທ້ອນໃຫ້ເຫັນຢ່າງຊື່ສັດ ຕໍ່ກັບຄຳເຫັນ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຜູ້ມີສິດເລືອກຕັ້ງ.

ດ້ວຍຈິດໃຈຄວາມຮັບຜິດຊອບ, ຄວາມຈິງໃຈ ແລະ ຄວາມ quyết tâm ໃນການເຄື່ອນໄຫວ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນ ຈາກບັນດາທ່ານຜູ້ມີສິດເລືອກຕັ້ງ ຜ່ານໃບລົງຄະແນນສຽງຂອງທຸກທ່ານ. ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫຼືອ, ຄຳຄິດຄຳເຫັນ ຈາກບັນດາທ່ານຜູ້ມີສິດເລືອກຕັ້ງ ຢ່າງເປັນປະຈຳ ໃນຂະບວນການປະຕິບັດໜ້າທີ່ວຽກງານຂອງຕົນ.

 

Bản tin liên quan

Công ty CP Cảng Quốc tế Lào - Việt tổ chức nhiều hoạt động thiết thực hướng tới Quốc khánh nước Cộng hoà xã hội chủ nghĩa Việt Nam 02/9

Hòa chung không khí phấn khởi của cả nước hướng tới kỷ niệm 81 năm Cách mạng Tháng Tám thành công (19/8/1945 – 19/8/2026) và Quốc khánh nước Cộng hòa xã hội chủ nghĩa Việt Nam (02/9/1945 – 02/9/2026), Công ty CP Cảng Quốc tế Lào - Việt tổ chức nhiều hoạt động thiết thực, tạo không khí vui tươi, đoàn kết trong toàn Công ty.

Công ty CP Cảng Quốc tế Lào - Việt đón tiếp đoàn học viên lớp bồi dưỡng ngôn ngữ tiếng Lào Công an Hà tĩnh đến tham quan thực tế

Sáng ngày 24/8/2026, Công ty CP Cảng Quốc tế Lào - Việt (VLP) đón tiếp đoàn học viên lớp bồi dưỡng ngôn ngữ tiếng Lào năm 2026 mở tại Công an tỉnh Hà Tĩnh, do đồng chí Trần Hải – Giáo viên Trường Cao đẳng Sư phạm Quảng Trị làm Trưởng đoàn cùng 30 học viên đến tham quan, tìm hiểu thực tế vàthực hành kỹ năng giao tiếp tiếng Lào tại Cảng Quốc tế Lào - Việt.    

Công ty CP Cảng Quốc tế Lào - Việt tổ chức Giải bóng chuyền năm 2026 chào mừng kỷ niệm 81 năm Cách mạng Tháng Tám thành công (19/8/1945 - 19/8/2026) và Quốc khánh Nước Cộng hoà xã hội chủ nghĩa Việt Nam (02/9/1945 - 02/9/2026)

Ngày 24/8/2026, Công ty CP Cảng Quốc tế Lào - Việt ( VLP) tổ chức giải bóng chuyền năm 2026 chào mừng kỷ niệm 81 năm Cách mạng Tháng Tám thành công (19/8/1945 - 19/8/2026) và Quốc khánh nước Cộng hòa xã hội chủ nghĩa Việt Nam (02/9/1945 - 02/9/2026).